Syndicate content

ມັນເປັນໄດ້ຫຼາຍກວ່າເຂື່ອນ: 41 ປີຜ່ານມາ ຮ່ອງຮອຍປະຫວັດສາດຍັງຄົງເຫຼືອໄວໃຫ້ເຫັນ ຢູ່ລາວ

Victoria Minoian's picture

(This entry was originally published in English on Sep. 9, 2009)

 

ຕັ້ງແຕ່ໄດ້ເຮັດວຽກເພື່ອຊ່ວຍເຫຼືອວຽກງານດ້ານການສື່ສານ ແລະ ຂໍ້ມູນຂ່າວສານໃຫ້ແກ່ໂຄງການ ໄຟຟ້ານ້ຳເທີນ 2 (NT2) ຢູ່ລາວໃນຕົ້ນປີນີ້, ຂ້ອຍກໍ່ໄດ້ຟັງຫຼາຍຄົນເວົ້າວ່າ ໂຄງການນີ້ມີຄວາມໝາຍຫຼາຍກ່ວາໂຄງການພັດທະນາໄຟຟ້ານ້ຳຕົກ. ຖ້າຫາກໄດ້ອ່ານ ແລະ ສຶກສາຄົ້ນຄ້ວາ ກ່ຽວກັບການປະຕິຮູບໂຄງສ້າງຫຼາຍໆດ້ານ ທີ່ລັດທະບານລາວໄດ້ຈັດຕັ້ງປະຕິບັດ ເພື່ອດຳເນີນໂຄງການດັ່ງກ່າວ, ທ່ານຈະສາມາດເຂົ້າໃຈວ່າເປັນຫຍັງຄົນຈຳນວນຫຼາຍຈຶ່ງເວົ້າແນວນັ້ນ. ໃນມໍ່ໆມານີ້, ຂ້ອຍກໍ່ໄດ້ມີໂອກາດໄປສຳພາດກັບບາງວຽກງານ ທີ່ໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ໂຄງການນີ້ ແລະ ເປັນປະສົບການທີ່ຫຼາຍຄົນບໍ່ອາດຄາດຄິດມາກ່ອນ ແຕ່ມັນແມ່ນມີຄວາມໝາຍອັນສຳຄັນຕໍ່ໂຄງການ.

ໃນອາທິດທີ່ຜ່ານມານີ້, ຂ້ອຍໄດ້ລົງໄປໃນເຂດໂຄງການນ້ຳເທີນ 2 ໂດຍສະເພາະ ແມ່ນເຂດຍົມມະລາດ ແລະ ນາກາຍ ພ້ອມກັບເພື່ອນຮ່ວມງານຈຳນວນໜຶ່ງ ທີ່ມາຈາກ ວໍຊິງຕັນດີຊີ. ພາຍຫຼັງຢ້ຽມຢາມເຂດໂຄງການແລ້ວ, ພວກເຮົາໄດ້ເດີນທາງໄປບ້ານຈັດສັນໃໝ່ ເພື່ອໂອ້ລົມກັບປະຊາຊົນກ່ຽວກັບຊີວິດການເປັນຢູ່ປະຈຳວັນ. ພວກເຮົາໄດ້ໂອ້ລົມກັບປະຊາຊົນ ແລະ ໄດ້ສຶກສາເບິ່ງເຮືອນຊານ, ພ້ອມກັບ ຈັກສູບນ້ຳ, ໄຟຟ້າ, ສວນ ແລະ ຕອນດິນປູກຝັງທີ່ບໍ່ຫ່າງໄກຈາກບ້ານຫຼາຍປານໃດ.

- ໃນຂະນະທີ່ພວກເຮົາໄດ້ຍ່າງອ້ອມບ້ານທ່າລັງ ເຊິ່ງເປັນໜຶ່ງໃນຈຳນວນ 16 ບ້ານຈັດສັນໃໝ່, ພວກເຮັາກໍ່ແປກໃຈ ເມື່ອແນມເຫັນສິ່ງປະກອບທີ່ຜິດປົກກະຕິ ຢູ່ສວນຜັກ ຂອງເຮືອນຫຼັງໜຶ່ງ ເຊິ່ງເປັນທີ່ຈັບຕາຂອງພວກເຮົາ. ພວກເຮົາຍັບເຂົ້າໄປຢູ່ໃກ້ເທົ່າໃດ, ສຽງດັງອ້ອມຂ້າງພວກເຮົາກໍ່ຄ່ອຍໆ ງຽບສະງັດລົງ, ແລະ ສຸດທ້າຍພວກເຮົາກໍ່ເຂົ້າໃຈວ່າ ສິ່ງປະກອບທີ່ພວກເຮົາເຫັນຢູ່ສວນຜັກນັ້ນ  ແມ່ນສິ້ນສ່ວນເຄິ່ງໜຶ່ງ ຂອງປອກລະເບີດ ບອມບີ ໜ່ວຍໃຫຍ່ ທີ່ຍັງຄົງຄ້າງແຕ່ສະໃໝ່ສົງຄາມ ແລະ ຖືກປະຊາຊົນໜູນໃຊ້ ເພື່ອເປັນຮາງປູກກອມບົ່ວ, ມັນເຮັດໃຫ້ຂ້ອຍຄົ້ນຄິດກ່ຽວກັບ ຕົ້ນກຳເນີດຂອງລະເບີດ ທີ່ເກີດຂຶ້ນໃນສະໄໝ ທີ່ບໍ່ທັນດົນເທົ່າໃດ ຢູ່ໃນພາກພື້ນນີ້ຂອງໂລກ.

ລະເບີດຄົງຄ້າງຢູ່ລາວ (ຮູບຖ່າຍ NTPC)

ຜູ້ທີ່ຮູ້ປະຫວັດສາດ ກ່ຽວກັບເຂດດັ່ງກ່າວນີ້ ກໍ່ຈະສາມາດເຂົ້າໃຂໄດ່ວ່າ ພູພຽງນາກາຍ ມີປະຫວັດສາດທີ່ຕິດພັນ ກັບເສັ້ນທາງໂຮ່ຈິມິນ ເຊິ່ງເປັນຈຸດໃຈກາງ ຂອງສົງຄາມອິນດູຈີນ ທີ່ເກີດຂຶ້ນ ໃນຊຸມປີ 60 ແລະ 70. ພາຍຫຼັງທີ່ມິດງຽບໄປໃນໄລຍະໜຶ່ງ, ພວກເຮົາກໍ່ໄດ້ສຶກສາ ສິ່ງຜິດ ປົກກະຕິດັ່ງກ່າວ, ແລະ ສັງເກດເຫັນວັນທີ ທີ່ສະຫຼັກຢູ່ທາງຂ້າງ ເອົາໄວ້ວ່າ: ເດືອນສິງຫາ 1968 ເຊິ່ງປະມານ 41 ປີ ທີ່ຜ່ານມາ.

 

ມາຮອດປະຈຸບັນ, ໂຄງການນ້ຳເທີນ 2 ໄດ້ເກັບກູ້ ລະເບີດຄົງຄ້າງ ຈຳນວນ 25.000 ລູກ ຈາກ ເນື້ອທີ່ປະມານ 6.700 ເຮັກຕາ ໂດຍໃຊ້ທຶນຮອນທັງໜົດ ປະມານ 18 ລ້ານ ໂດລາສະຫະລັດ ການເກັບກູ້ລະເບີດທີ່ຍັງຄົງຄ້າງ ບໍ່ພຽງແຕ່ເປັນການເປີດເນຶ້ອທີ່ທີ່ດິນປູກຝັງເພີ່ມເຕີມໃຫ້ປະຊາຊົນ, ແຕ່ມັນ ເປັນການເປີດເນຶ້ອທີ່ ເພື່ອເປັນທີ່ຢູ່ອາໄສຂອງປະຊາຊົນ ເພື່ອໃຫ້ປອດໄພຈາກຜົນຂອງສົງຄາມ ໃນອາດີດ. ລູກລະເບີດຫຼາຍລ້ານລູກ ໄດ້ກະແຈກກະຈາຍໄປທົ່ວເຄິ່ງໜຶ່ງຂອງປະເທດ ແລະ ສ້າງຄວາມ ລຳບາກກາກກຳ ໃຫ້ແກ່ປະຊາຊົນທົ່ວໄປ ທີ່ຕ້ອງການດຳລົງຊີວິດຂອງຕົນ ໂດຍອາໄສ ການປູກຝັງ ແລະ ລ້ຽງສັດ.
ຄ່ຽງຄູ່ກັບຄວາມພະຍາຍາມຂອງບັນດາປະເທດຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງອື່ນໆ ໃນການເກັບກູ້ລະເບີດ ທີ່ຍັງຄົງຄ້າງ, ໂຄງການນ້ຳເທີນ 2 ສາມາດເກັບກູ້ລະເບີດອອກຈາກໂຄງການ ລວມທັງເຂດຈັດສັນໃໝ່, ເຂດທີ່ເປັນຊັບສິນຂອງໂຄງການ ແລະ ເຂດທີ່ໄດຮັບຜົນກະທົບຈາກໂຄງການ,  ເຊິ່ງແບບແຜນດັ່ງກ່າວນີ້ ແມ່ນສອດຄ່ອງກັບແຜນງານ ຂອງອົງການເກັບກູ້ລະເບີດແຫ່ງຊາດ ທີ່ໄດ້ກຳນົດ ໃຫ້ເກັບກູ້ລະເບີດ ອອກໃຫ້ໜົດ ຖ້າຫາກຕອນດິນດັ່ງກ່າວ ຈະຖືກນຳໃຊ້ເພື່ອການປູກຝັງ ຫຼື ເປັນທີ່ຢູ່ອາໄສ. ກົນໄກດັ່ງກ່າວໄດ້ລວມຢູ່ໃນວຽກງານ ປູກຈິດສຳນຶກ ໃຫ້ແກ່ຊຸມຊົນ ແລະ ເຮັດ ເປັນບົດລາຍງານຂຶ້ນ.

ປ້າຍເຕືອນເຂດເກັບກູ້ລະເບີດຢູ່ລາວ. (ພາບຖ່າຍ  NTPC)
- ໃນຂະນະທີ່ວຽກງານເກັບກູ້ລະເບີດຍັງສືບຕໍ່, ຂ້ອຍກໍ່ມີຄວາມສົນໃຈກ່ຽວກັບຜົນກະທົບທາງດ້ານຈິດໃຈ ຂອງຮຸ່ນຄົນທີ່ອາໄສຢູ່ພາຍໃນເຂດນີ້ ແລະ ຜົນສະທ້ອນ ຕໍ່ພວກເຂົາ ໃນເວລາທີ່ປັບຕົວເຂົ້າກັບ ໂອກາດໃໝ່ໆ ທີ່ໄດ້ສະໜອງໃຫ້ພວກເຂົາ. ຂ້ອຍຈຶ່ງເຂົ້າໃຈວ່າ ໂຄງການ ນ້ຳເທີນ 2 ມີຄວາມໝາຍສຳຄັນຫຼາຍກວ່າ ເຂື່ອນຜະລິດ ໄຟຟ້າ ແລະ ເຕັມໄປດ້ວຍສິ່ງທ້າທາຍດ້ານສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງໄດ້ອອກແບບ ແລະ ຈັດຕັ້ງປະຕິບັດ ແຜນງານ ຢ່າງຮອບຄອບ ກໍ່ຄືກົນໄກການເງິນ ທີ່ໜັກແໜ້ນ ເພື່ອຮັບປະກັນການນຳໃຊ້ລາຍຮັບ ຈຳນວນ 2 ຕື້ ໂດລາ ສະຫະລັດ ທີ່ຈະໄດ້ ພາຍໃນ ໄລຍະ 25 ປີ ເຂົ້າໃນແຜນງານຫຼຸດຜ່ອນຄວາມທຸກຍາກ.

ຍັງມີອີກຫຼາຍໆດ້ານຂອງໂຄງການ ທີ່ນຳມາເຊິ່ງຜົນປະໂຫຍດ ທີ່ຫຼາຍຄົນບໍ່ຄາດຄິດເຖິງ ເຊັ່ນ: ການຄົ້ນພົບສັດພັນໃໝ່, ປະຊາຊົນທີ່ຖືກຍົກຍ້າຍ ສາມາດສະເໜີ ຄວາມຕ້ອງການຂອງຕົນ, ກົນໄກການຮ້ອງທຸກ ຖ້າຫາກປະຊາຊົນສູນເສຍເນື້ອທີ່ດິນ, ການຮຽນຮູ້ເຕັກນິກການປູກຝັງແບບໃໝ່ ເພື່ອເພີ່ມທະວີ ຜົນຜະລິດຈາກດິນປູກຝັງ, ລ້ຽງສັດ ແລະ ອື່ນໆ, ເຊິ່ງທັງໜົດເຫຼົ່ານີ້ ຈະໄດ້ນຳສະເໜີຕື່ມ ໃນຕໍ່ໜ້າ ເພາະວ່າແຕ່ລະວຽກງານທີ່ໄດ້ກ່າວມານັ້ນ ແມ່ນສົມຄວນທີ່ຈະໄດ້ຮັບການກ່າວເຖິງ.

Add new comment